ເສັ້ນທາງສູ່ການເປັນຜູ້ປະກອບການດ່ຽວກັບ AWS
Event
AWS User Groups Laos ກັບມາຮອບນີ້ພ້ອມ Meetup ສຸດພິເສດ
ຫົວຂໍ້: ເສັ້ນທາງສູ່ການເປັນຜູ້ປະກອບການດ່ຽວກັບ AWS
ງານສຳມະນາ ແລະ Workshop ວິຊາການດ້ານເຕັກໂນໂລຊີ Cloud Computing ຂອງ AWS User Group Laos ມີຄວາມຕັ້ງໃຈໃນການເຜີຍແຜ່, ສ້າງພື້ນທີ່ໃນການແລກປ່ຽນຄວາມຮູ້ ແລະ ພັດທະນາທັກສະດ້ານ Cloud/DevOps ໃຫ້ກັບນັກສຶກສາ, ອາຈານ ແລະ ບຸກຄະລາກອນສາຍ IT ໃນລາວ.
ພວກເຮົາຈະພາທຸກຄົນມາ unpack ປະສົບການຈິງ, ເຈາະເລິກວິທີການ built, scale, ແລະ optimize ລະບົບເທິງ Cloud ແບບຄົນດຽວກໍແບກທັງ Product ໄຫວ. ເໝາະສຳລັບຄົນທີ່ກຳລັງຢາກ Level Up ຄວາມຮູ້ດ້ານ Cloud ບອກເລີຍວ່າງານນີ້ No gatekeeping! ມາແຊຣ໌ກັນແບບ real-talk ສຸດໆ.
ລົງທະບຽນເປີດໃຫ້ຈອງບ່ອນນັ່ງໄວໆນີ້! ຊວນໝູ່ທີ່ຢາກດຶງມາເປັນ Solopreneur ນຳກັນໄວ້ຖ້າເລີຍ!
