ກັບໄປໜ້າງານກິດຈະກຳ

ເສັ້ນທາງສູ່ການກາຍເປັນຜູ້ປະກອບການດ່ຽວກັບ AWS

Footer  -2.png

ສະບາຍດີ, ທຸກໆຄົນ

ຂອບໃຈທີ່ແວ່ເຂົ້າມາຫາ, ຕ່າງໜ້າທີມງານ AWS User Group Laos ພວກເຮົາທັງດີໃຈ ແລະ ຕື່ນເຕັ້ນທີ່ຈະນຳພາທຸກໆຄົນມາຮູ້ຈັກກັບ Cloud Computing ຂອງ AWS User Group Laos ໃຫ້ຫຼາຍຂຶ້ນ ແລະ ເສັ້ນທາງສູ່ການເປັນຜູ້ປະກອບການກັບ AWS ຜ່ານກິດຈະກຳຂອງພວກເຮົາທີ່ກຳລັງຈະຈັດຂຶ້ນໃນຄັ້ງນີ້.

ກ່ຽວກັບງານຂອງພວກເຮົາ

ງານສຳມະນາ ແລະ Workshop ວິຊາການດ້ານເຕັກໂນໂລຊີ Cloud Computing ຂອງ AWS User Group Laos ມີຄວາມຕັ້ງໃຈໃນການເຜີຍແຜ່, ສ້າງພື້ນທີ່ໃນການແລກປ່ຽນຄວາມຮູ້ ແລະ ພັດທະນາທັກສະດ້ານ Cloud/DevOps ໃຫ້ກັບນັກສຶກສາ, ອາຈານ ແລະ ບຸກຄະລາກອນສາຍ IT ໃນລາວ.

ໂດຍມີຈຸດປະສົງດັ່ງນີ້:

  • ເພື່ອເຜີຍແຜ່, ແລກປ່ຽນຄວາມຮູ້ ແລະ ພັດທະນາທັກສະດ້ານ Cloud/DevOps ໃຫ້ກັບນັກສຶກສາ, ອາຈານ ແລະ ບຸກຄະລາກອນ IT ໃນລາວ.

  • ນຳສະເໜີເນື້ອຫາດ້ານ Cloud ທີ່ເນັ້ນການປະຕິບັດຕົວຈິງ ເຊິ່ງຜູ້ເຂົ້າຮ່ວມສາມາດນຳໄປໃຊ້ໄດ້ (ໂດຍບໍ່ແມ່ນການໂຄສະນາຂາຍສິນຄ້າ)

  • ສ້າງພຶ້ນທີ່ໃຫ້ກັບນັກຮຽນ, ນັກສຶກສາ, ນັກພັດທະນາ ແລະ ຜູ້ຊ່ຽວຊານດ້ານໄອທີ (IT) ໃນນະຄອນຫຼວງວຽງຈັນ ໄດ້ພົບປະແລກປ່ຽນກັບເພື່ອນຮ່ວມວົງການ ແລະ ຜູ້ໃຫ້ຄຳແນະນຳ.

  • ປະກອບສ່ວນເຂົ້າໃນການເພີ່ມບຸກຄະລາກອນທີ່ມີທັກສະດ້ານ Cloud ໃນລາວ ໂດຍການຫຼຸດຜ່ອນຂໍ້ຈຳກັດໃນການເຂົ້າເຖິງຄວາມຮູ້ ເຊັ່ນ: ການຮຽນຮູ້ທີ່ບໍ່ມີຄ່າໃຊ້ຈ່າຍ, ຈັດຂຶ້ນພາຍໃນປະເທດ ແລະ ເປັນການຮຽນແບບເຊິ່ງໜ້າກັນ, ມີການແປໄປໃນຮູບແບບທີ່ເຂົ້າໃຈໄດ້ງ່າຍໂດຍໃຊ້ພາສາລາວເປັນຫຼັກ.

  • ມີຄວາມຕັ້ງໃຈອອກແບບການຈັດກິດຈະກຳທີ່ມີຄວາມຍືນຍົງ ໂດຍເນັ້ນໃສ່ການສ້າງກຸ່ມເພື່ອສາມາດຈັດກິດຈະກຳໃນຄັ້ງຕໍ່ໆໄປໄດ້ຢ່າງຕໍ່ເນື່ອງ ແລະ ສະໝໍ່າສະເໝີ.

ງານນີ້ເປັນງານສົ່ງເສີມການຮຽນຮູ້ແບບບໍ່ຫວັງຜົນກຳໄລ ແລະ ບໍ່ມີການເກັບຄ່າໃຊ້ຈ່າຍ

ໂດຍກຳນົດຜູ້ເຂົ້າຮ່ວມ 25 ຄົນ, ລົງທະບຽນກ່ອນມີສິດກ່ອນ

ສິ່ງທີ່ຜູ້ເຂົ້າຮ່ວມຈະໄດ້ຮັບ

  • ເຂົ້າຮ່ວມງານໂດຍບໍ່ໄດ້ເສຍຄ່າ

  • ພົບປະກັບເພື່ອນຮ່ວມວົງການ ແລະ ຜູ້ໃຫ້ຄຳແນະນຳ

  • ເພີ່ມຄວາມຮູ້ ແລະ ທັກສະດ້ານ Cloud

  • ເສັ້ນທາງສູ່ການເປັນຜູ້ປະກອບການກັບ AWS

  • ຟຣີອາຫານວ່າງ

  • ມີສິດໃນການລຸ້ນຮັບຂອງທີ່ລະນຶກແບບ Limited Edition ຈາກທີມງານຂອງພວກເຮົາ

ຫົວຂໍ້ການບັນຍາຍ

  1. ຄວາມສະບາຍທີ່ເສຍໄປ, ຄວາມເຂົ້າໃຈທີ່ໄດ້ມາ: ບົດຮຽນຈາກການຍ້າຍມາໃຊ້ AWS.

ຫົວຂໍ້ນີ້ຈະພາທ່ານໄປ...

ຍ້ອນກັບໄປເບິ່ງເສັ້ນທາງຂອງ startup dev ຄົນໜຶ່ງ ທີ່ເຄີຍຢູ່ໃນໂລກ Fast Ship — Vercel, Cloudflare, Supabase, Appwrite ສະຖານທີ່ ທີ່ການ deploy ຈົບພາຍໃນນາທີດ້ວຍ git push ຄັ້ງດຽວ.

ແລ້ວພາທ່ານຂ້າມມາອີກຝັ່ງໜຶ່ງ ບ່ອນທີ່ຕ້ອງປະກອບທຸກຢ່າງດ້ວຍມືຕົນເອງເທິງ AWS.

ເກດສະດາພອນ ບຸດປານີດາ

Final Guest Speaker  .png
  1. ສິ່ງທີ່ຄວນຮູ້ຫຼັງຈາກລະບົບຂຶ້ນ Production ແລ້ວ ແລະ AWS ຊ່ວຍໄດ້ແນວໃດ

ການນຳລະບົບຂຶ້ນ Production ເປັນພຽງຈຸດເລີ່ມຕົ້ນຂອງການເດີນທາງເທົ່ານັ້ນ.

ຫົວຂໍ້ນີ້ ຈະພາທ່ານໄປເຈາະເລິກສິ່ງທ້າທາຍຕົວຈິງຫຼັງຈາກ Deploy ລະບົບແລ້ວ — ບໍ່ວ່າຈະເປັນເລື່ອງ Monitoring & Observability, ຄວາມປອດໄພ (Security), ການຈັດການຄ່າໃຊ້ຈ່າຍ (Cost Optimization), ແລະ ການຮອງຮັບ High Availability ພ້ອມທັງແບ່ງປັນວິທີການເລືອກໃຊ້ ແລະ ປະຍຸກໃຊ້ Service ຕ່າງໆເທິງ AWS ເພື່ອເຮັດໃຫ້ລະບົບເຮັດວຽກໄດ້ຢ່າງຕໍ່ເນື່ອງ, ໝັ້ນຄົງ, ແລະ ຕອບໂຈດທຸລະກິດໄດ້ຢ່າງແທ້ຈິງ.

ເລັ່ງລີ ວາຈາ

ລາຍລະອຽດລະອຽດຂອງງານ

Poster Final Event Agenda .png

ແລ້ວພົບກັນໄວໆນີ້ທີ່ Makerbox Lao ເນີ້ທຸກຄົນ

final Footer  .png

ສະຖານທີ່

MakerBox Lao ເປີດແຜນທີ່

ຂໍ້ມູນຄວາມສູງ: AWS Open Data · ຂໍ້ມູນແຜນທີ່ © ຜູ້ປະກອບສ່ວນ OpenStreetMap

ຜູ້ບັນຍາຍ

  • ວິສະວະກອນຊອບແວ · BCEL

    ຄວາມສະບາຍທີ່ເສຍໄປ, ຄວາມເຂົ້າໃຈທີ່ໄດ້ມາ: ບົດຮຽນຈາກການຍ້າຍມາໃຊ້ AWS.

    ຫົວຂໍ້ນີ້ຈະພາທ່ານໄປ... ຍ້ອນເບິ່ງເສັ້ນທາງຂອງ startup dev ຄົນໜຶ່ງ ທີ່ເຄີຍຢູ່ໃນໂລກ Fast Ship — Vercel, Cloudflare, Supabase, Appwrite — ບ່ອນທີ່ການ deploy ຈົບພາຍໃນນາທີດ້ວຍ git push ຄັ້ງດຽວ. ແລ້ວພາທ່ານຂ້າມມາອີກຝັ່ງໜຶ່ງ ບ່ອນທີ່ຕ້ອງປະກອບທຸກຢ່າງດ້ວຍມືຕົນເອງເທິງ AWS.

    WebsiteLinkedInGitHub

  • ວິສະວະກອນຊອບແວ · LAILAOLAB

    ສິ່ງທີ່ຄວນຮູ້ຫຼັງຈາກລະບົບຂຶ້ນ Production ແລ້ວ ແລະ AWS ຊ່ວຍໄດ້ແນວໃດ

    ການນຳລະບົບຂຶ້ນ Production ເປັນພຽງຈຸດເລີ່ມຕົ້ນຂອງການເດີນທາງເທົ່ານັ້ນ. ຫົວຂໍ້ນີ້ຈະພາທ່ານໄປເຈາະເລິກສິ່ງທ້າທາຍຕົວຈິງຫຼັງຈາກ Deploy ລະບົບແລ້ວ—ບໍ່ວ່າຈະເປັນເລື່ອງ Monitoring & Observability, ຄວາມປອດໄພ (Security), ການຈັດການຄ່າໃຊ້ຈ່າຍ (Cost Optimization), ແລະ ການຮອງຮັບ High Availability. ພ້ອມທັງແບ່ງປັນວິທີການເລືອກໃຊ້ ແລະ ປະຍຸກໃຊ້ Service ຕ່າງໆເທິງ AWS ເພື່ອເຮັດໃຫ້ລະບົບເຮັດວຽກໄດ້ຢ່າງຕໍ່ເນື່ອງ, ໝັ້ນຄົງ, ແລະ ຕອບໂຈດທຸລະກິດໄດ້ຢ່າງແທ້ຈິງ.

ຜູ້ສະໜັບສະໜູນງານ

community

  • Vanguard Initiative
  • SEEMUEHUB
  • Laosway
  • Lailaolab
  • Khao Nom Lao
  • Maker Box Laos
ລົງທະບຽນ ເສັ້ນທາງສູ່ການກາຍເປັນຜູ້ປະກອບການດ່ຽວກັບ AWS

020 XXXXXXXX (ສຳລັບຕິດຕໍ່ສຸກເສີນ ຫຼື ແຈ້ງເຕືອນ)

Company Size / ຂະໜາດອົງກອນ *

Key demographic metric for sponsors & ecosystem health.

AWS / Cloud Experience / ປະສົບການການໃຊ້ງານ Cloud & AWS *

Helps speakers calibrate technical depth.

Primary filter for screening and reducing no-shows.

Attendance Confirmation / ຢືນຢັນຄວາມພ້ອມໃນການເຂົ້າຮ່ວມ *

ຂ້ອຍຍິນຍອມປະຕິບັດຕາມ AWS Community Code of Conduct ແລະ ຍິນຍອມໃຫ້ບັນທຶກຮູບພາບ/ວິດີໂອພາຍໃນງານເພື່ອການປະຊາສຳພັນຊຸມຊົນ.